ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ-​ສສ ຫວຽດນາມ ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ກ່ຽວ​ກັບ​ການ​ແປ-ພິມ​ຈຳໜ່າຍ

     ວິທະຍຸ​ສາກົນ​ແຫ່ງ ​ສປ ຈີນ, ລາຍ​ງານ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຄະນະ​ໂຄສະ
ນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດນາມ ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ ການ​ແປ ແລະ ພິມ​ຈຳໜ່າຍ​ຜົນງານ​ອະມະຕະ​
ເຊິ່ງ​ກັນ ແລະ ກັນ. ໃນ​ໄລຍະ ທ່ານ ສີ ຈິ້ນ​ຜິງ, ເລຂາທິການ​ໃຫຍ່​ຄະນະ​ກຳມະ ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະທານປະເທດ​
ຈີນ ຢ້ຽມຢາມ ຫວຽດນາມ ທາງ​ລັດ​ຖະ​ກິດ ແລະ ພົບ​ປະ​ກັບ ​ທ່ານ ຫງວ​​ຽນ ຟູ​ ຈ້ອງ, ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ
​ກາງ​ພັກ​ກອມມູ​ນິດຫວຽດນາມ.

     ຈາກ​ນັ້ນ ເລຂາທິການ​ໃຫຍ່ທັງ​ສອງ​ປະເທດໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ ໃນ​ພິທີ​ລົງ​ນາມ​ເອກະສານ​ການ​ຮ່ວມ​ມື​ສອງ​ຝ່າຍ,
ລວມ​ທັງ “ບົດ ບັນທຶກ​ຊ່ວຍ​ຈຳ​ລະຫວ່າງຄະນະໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​
ພັກກອມ​ມູ​ນິດຫວຽດນາມ ກ່ຽວ​ກັບການ​ແປ ແລະ ພິມ​ຈຳໜ່າຍ​ຜົນງານ​ອະມະຕະ​ເຊິ່ງ​ກັນ ແລະ​ກັນ”.

     ໃນ​ບົດ​ບັນທຶກ​ສະບັບ​ດັ່ງກ່າວ, ໃນ​ໄລຍະ 5 ປີ ​ຕໍ່ໜ້າ, ​ສປ ຈີນ ແລະ ​ສສ ຫວຽດນາມ ຈະ​ຮ່ວມ​ກັນ​ແປ ແລະ ພິມ​ຈຳໜ່າຍ​
ຜົນງານ​ອະມະຕະ 30 ເລື່ອງ​ຂອງ​ສອງ​ປະເທດ, ຊຸກຍູ້​ການ​ແລກປ່ຽນ ແລະ ຖອດ​ຖອນບົດຮຽນ​ດ້ານ​ອະລິຍະ​ທຳ​ເຊິ່ງ​ກັນ ແລະ
ກັນ​ດ້ວຍ​ການ​ແປ​ຜົນງານ​ດີເດັ່ນ​ຫຼາຍ​ກວ່າ​ເກົ່າ, ປະກອບສ່ວນພະລັງ​ແຮງ​ດ້ານ​ວັດທະນະທຳເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​
ກຳ ຈີນ-ຫວຽດນາມ ທີ່​ມີ​ຄວາມ​ໝາຍຍຸດ​ທະ​ສາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/12/2023